ພິທີເຊັນສັນຍາ ຮັບເໝົາ ສະໜອງ-ຕິດຕັ້ງ ອຸປະກອນ ໄຟຟ້າ-ກົນຈັກ ໂຄງການເຂື່ອນໄຟຟ້າ ນໍ້າອີມູນ

ພິທີເຊັນສັນຍາ ຮັບເໝົາ ສະໜອງ-ຕິດຕັ້ງ ອຸປະກອນ ໄຟຟ້າ-ກົນຈັກ ໂຄງການເຂື່ອນໄຟຟ້າ ນໍ້າອີມູນ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ບໍລີສັດ ວອຍຊ ໄຮໂດຼ ຊຽງໄຮ ຈຳກັດ ໄດ້ຈັດຂຶ້ນ ໃນວັນອັງຄານ ທີ 30 ເມສາ 2019 ທີ່ ສຳນັກງານໃຫຍ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ. ເຊິ່ງເຂົ້າຮ່ວມໂດຍ ບັນດາຄະນະຜູ້ບໍລິຫານທັງສອງບໍລິສັດ ແລະ ຕາງໜ້າລົງນາມເຊັນສັນຍາໂດຍ ທ່ານ ລິດສະໝີ ລາດຊະວົງ ຜູ້ອຳນວຍການ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ຮອງປະທານ ບໍລິສັດ ວອຍຊ ໄຮໂດຼ ຊຽງໄຮ ຈຳກັດ ທ່ານ ຖັງ ຊູ. ພິທີໃນຄັ້ງນີ້ ການເຊັນສັນຍາໃນຄັ້ງນີ້ ຖືໄດ້ວ່າເປັນບາດກ້າວອັນສຳຄັນ ຂອງທັງສອງ ບໍລິສັດ ພາຍຫຼັງທີ່ໄດ້ດຳເນີນການເຈລະຈາ ນັບຕັ້ງແຕ່ຕົ້ນເດືອນ ຕຸລາ ປີ 2018.

 

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la