ທ່ານ ປະທານ ນຳພາຄະນະຈາກ ທພລ ລົງຢ້ຽມຢາມຄວາມຄືບໜ້າ ໂຄງການເຂື່ອນໄຟຟ້າ ນ້ຳອີມູນ

ທ່ານ ປະທານ ນຳພາຄະນະຈາກ ທພລ ລົງຢ້ຽມຢາມຄວາມຄືບໜ້າ
ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳອີມູນ

ໃນວັນທີ 30 ພະຈິກ 2021 ທີ່ຜ່ານມາ, ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ນຳພາ ຄະນະຈາກ ທະນາຄານ ພັດທະນາລາວ ນຳໂດຍ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານງານ ທະນາຄານ ພັດທະນາລາວ ລົງຢ້ຽມຢາມ ຕິດຕາມ ຄວາມຄືບໜ້າການກໍ່ສ້າງ ໂຄງການເຂື່ອນໄຟຟ້າ ນ້ຳອີມູນ ໂດຍໄດ້ຮັບການຕ້ອນຮັບຢ່າງດີຈາກຄະນະທີມງານ ເຂື່ອນໄຟຟ້າ ນ້ຳອີມູນ, ໃນການລົງຢ້ຽມຢາມຄັ້ງນີ້ ທ່ານ ປະທານ ພ້ອມດ້ວຍຄະນຈາກ ພທລ ໄດ້ຮັບຟັງການລາຍງານ ຈາກທ່ານ ປຣີຊາ ກັນທະມູນ ຮອງປະທານ ທັງເປັນຜູ້ຊີ້ນຳວຽກຝ່າຍ ກໍ່ສ້າງ ແລະ ພັດທະນາໂຄງການ ແລະ ຝ່າຍຄວບຄຸມການຜະລິດ-ບຳລຸງຮັກສາ ກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳອີມູນວ່າ: ນັບຕັ້ງແຕ່ມື້ເລີ່ມກໍ່ສ້າງໃນຕົ້ນປີ 2019 ຈົນເຖິງປັດຈຸບັນ ໂຄງການເຂື່ອນໄຟຟ້ານ້ຳອີມູນ ມີຄວາມຄືບໜ້າ ແລະ ກໍ່ສ້າງສຳເລັດແລ້ວ 83% ໂດຍສະເລ່ຍ.

ໂຄງການເຂື່ອນໄຟຟ້າ ນ້ຳອີມູນ ຕັ້ງຢູ່ທີ່ບ້ານ ດາກໂຈມ, ເມືອງ ດາກຈຶງ ແຂວງ ເຊກອງ, ໂຄງການເຂື່ອນໄຟຟ້ານໍ້າ ອີມູນ ເປັນໂຄງການທີ່ລົງທຶນ ແລະ ເປັນເຈົ້າຂອງໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ 100% ເປັນໂຄງການທີ່ຕິດພັນກັບການສົ່ງເສີມຂະແໜງພະລັງງານພາຍໃນປະເທດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ຊ່ວຍປັບປຸງຊີວິດການເປັນຢູ່ໃນເຂດຊຸມຊົນໃກ້ຄຽງບໍລິເວນໂຄງການໃຫ້ດີຂຶ້ນ, ທັງເປັນການຕອບສະໜອງຄວາມຕ້ອງການ ຂອງຜູ້ຊົມໃຊ້ໄຟຟ້າພາຍໃນປະເທດ ແລະ ສົ່ງອອກຂາຍໄຟຟ້າ ໃຫ້ແກ່ ສສ ຫວຽດນາມ ພາຍຫຼັງທີ່ໄດ້ມີການເຊັນສັນຍາຊື້ຂາຍໄຟຟ້າ ໃນວັນທີ 04/01/2021 ແລະ ຕາມກຳນົດສົ່ງຂາຍກະແສໄຟຟ້າໃນ ເດືອນ ກໍລະກົດ ປີ 2022. ເຂື່ອນໄຟຟ້ານໍ້າອີມູນ ເປັນເຂື່ອນແບບນໍ້າໄຫຼຜ່ານ, ເຂື່ອນປະເພດຖົມຄອນກຼິດເສີມເຫຼັກ(concrete Gravity Dam), ມີກໍາລັງການຕິດຕັ້ງທັງໝົດ 133 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 235 ລ້ານໂດລາສະຫະລັດ.

ມີພື້ນທີ່ອ່າງໂຕ່ງນໍ້າ 462 ກິໂລຕາແມັດ, ປະລິມານນໍ້າສະເລ່ຍ 654 ລ້ານກວ່າແມັດກ້ອນ, ປະກອບດ້ວຍ 2 ເຂື່ອນຄື: ເຂື່ອນຫຼັກນໍ້າອີມູນ ແລະ ເຂື່ອນອວ່າຍນ້ຳຫ້ວຍເຫັດ

ເຊີ່ງແມ່ນໍ້າທັງສອງເປັນສາຂາຂອງແມ່ນໍ້າເຊກອງໄຫຼຈາກຕາເວັນອອກໄປຫາຕາເວັນຕົກກ່ອນຈະໄຫຼເຂົ້າສູ້ແມ່ນໍ້າຂອງ ແລະ ມີເຮືອນຈັກແບບເທິງໜ້າດິນຕິດຕັ້ງໜ່ວຍຈັກ ເພັນຕັນເທີບາຍ ແບບແກນຕັ້ງ 2 ໜ່ວຍຈັກ ໜ່ວຍຈັກລະ 65,5 ເມກາວັດ

ອຸໂມງ 20 km, ຂະໜາດ 4,5ແມັດ x 5,5ແມັດ ໜ້າຕັດຮູບໂຕດີ, ສາມາດຜະລິດພະລັງງານໄດ້ສະເລ່ຍ 460,59 GWH ຕໍ່ປີ. ຕາມແຜນໂຄງການເຂື່ອນໄຟຟ້ານໍ້າອີມູນ ຈະສໍາເລັດການກໍ່ສ້າງໃນເດືອນ ກໍລະກົດ 2022 ຖືວ່າມີຄວາມພ້ອມໃນການຈ່າຍກະແສໄຟຟ້າ ເຂົ້າລະບົບສາຍສົ່ງ 220 ກິໂລໂວນ ຈາກສະຖານີ ດ້ວຍຄວາມຍາວຂອງສາຍສົ່ງ 51 ກິໂລແມັດ ໄປຫາຈຸດຊາຍແດນລາວ-ຫວຽດນາມ ເຂົ້າສູ່ສະຖານີດາກຕະອ໋ອກ, ເຊິ່ງພະລັງງານ ທັງໝົດທີ່ຜະລິດໄດ້ ຈະສົ່ງຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ ຫຼື EVN.

ຈາກນັ້ນ ທ່ານ ປະທານ ພ້ອມດ້ວຍຄະນະຈາກ ທພລ ກໍ່ໄດ້ລົງຢ້ຽມຢາມເຂື່ອນຫຼັກນ້ຳອີມູນ, ເຂື່ອນອວ່າຍນ້ຳຫ້ວຍເຫັດ, ອຸມຸງທໍ່ສົ່ງນ້ຳ ແລະ ເຮືອນຈັກ.

 

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la