ເຂື່ອນໄຟຟ້ານໍ້າກົງ 2 ຈັດພິທີປ່ອຍປາ ເນື່ອງໃນວັນອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ

ເນື່ອງ​ໃນ​ໂອ​ກາດ​ວັນ​ປ່ອຍ​ປາ ແລະ ອະ​ນຸ​ລັກ​ສັດນໍ້າ-ສັດ​ປ່າ​ ແຫ່ງ​ຊາດ ວັນທີ 13 ກໍ​ລະ​ກົດ 2020 ທີ່ຜ່ານມາ ຢູ່ທີ່ເຂື່ອນໄຟຟ້ານໍ້າກົງ 2 ເມືອງ ພູວົງ ແຂວງ ອັດຕະປື ໄດ້ມີພິທີປ່ອຍປາ ຄືນສູ່ທຳມະຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງ ອັດຕະປື, ມີບັນດາຫົວໜ້າພະແນກການກ່ຽວຂ້ອງ ພ້ອມດ້ວຍພະນັກງານ ເຂື່ອນໄຟຟ້ານໍ້າກົງ 2 ເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບ ປາທີ່ນໍາມາປ່ອຍໃນຄັ້ງນີ້ ລວມມີທັງຫມົດ 200.000 ໂຕ ປະກອບມີ 4 ຊະນິດ ຄື: ປາກິນຫຍ້າ 40.000 ໂຕ, ປາປາກ 80.000 ໂຕ, ປານິນ 50.000 ໂຕ ແລະ ປາເຂັງ 30.000 ໂຕ ໂດຍໄດ້ປ່ອຍລົງໃສ່ອ່າງເກັບນໍ້າ ໜ້າເຂື່ອນ ກໍ່ຄືປ່ອຍລົງສູ່ທໍາມະຊາດ, ເພື່ອເປັນການອານຸລັກ ແລະ ຟື້ນຟູລະບົບນິເວດທາງທຳມະຊາດ ໃຫ້ມີຄວາມອຸດົມສົມບູນ, ໃຫ້ສັດນໍ້າມີບ່ອນແຜ່ພັນຢ່າງກວ້າງຂວາງ ຂະຫຍາຍເພີ່ມຫຼາຍຂຶ້ນ ແລະ ຍືນຍົງ, ທັງເປັນເງື່ອນໄຂທີ່ດີໃຫ້ແກ່ປະຊາຊົນ ໄດ້ນຳໃຊ້ເຂົ້າໃນການດຳລົງຊີວິດ ແລະ ຢູ່ຄຽງຄູ່ກັບການດໍາລົງຊີວິດ ຂອງປະຊາຊົນຕະຫຼອດໄປ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la