ທ່ານ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະ ລົງຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳອີມູນ, ເຂື່ອນໄຟຟ້ານ້ຳກົງ 2 ແລະ ເຂື່ອນໄຟຟ້ານໍ້າກົງ 3

**********

ໃນລະຫວ່າງວັນທີ 05-13 ມິຖຸນາ 2021 ທີ່ຜ່ານມາ, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ຈາກຂັ້ນສູນກາງໄດ້ຕິດຕາມຊຸກຍູ້ວຽກງານການກວດກາ ແລະ ຊີ້ນຳກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ແຂວງ ເຊກອງ ແລະ ແຂວງ ອັດຕະປື.

ໃນໂອກາດດັ່ງກ່າວ ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດລົງຢ້ຽມຢາມ  ໂຄງການເຂື່ອນໄຟຟ້ານ້ຳອີມູນ  ທີ່ເມືອງ  ດາກຈຶງ, ແຂວງ ເຊກອງ ໂດຍການຕ້ອນຮັບ ຂອງທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ພ້ອມດ້ວຍຄະນະ.

ທ່ານ ປຣີຊາ ກັນທະມູນ ຮອງປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທັງເປັນຜູ້ຊີ້ນຳຝ່າຍ ພັດທະນາ, ກໍ່ສ້າງໂຄງການ ແລະ ຝ່າຍ ຄວບຄຸມການຜະລິດ ບຳລຸງຮັກສາ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳອີມູນ ໂດຍລະບຸວ່າ: ໂຄງການເຂື່ອນໄຟຟ້ານໍ້າອີມູນ ເປັນໂຄງການທີ່ລົງທຶນ ແລະ ເປັນເຈົ້າຂອງໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເຊິ່ງເປັນບໍລິສັດພາກເອກະຊົນລາວ ຖືເປັນໂຄງການທີ່ຕິດພັນກັບການສົ່ງເສີມຂະແໜງພະລັງງານພາຍໃນປະເທດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ຊ່ວຍປັບປຸງຊີວິດການເປັນຢູ່ໃນເຂດຊຸມຊົນໃກ້ຄຽງບໍລິເວນໂຄງການໃຫ້ດີຂຶ້ນ

ທັງເປັນການຕອບສະໜອງຄວາມຕ້ອງການ ຂອງຜູ້ຊົມໃຊ້ໄຟຟ້າພາຍໃນປະເທດ ແລະ ສົ່ງອອກຂາຍໄຟຟ້າ ໃຫ້ແກ່ ສສ ຫວຽດນາມ ພາຍຫຼັງທີ່ໄດ້ມີການເຊັນສັນຍາຊື້ຂາຍໄຟຟ້າ ໃນວັນທີ 04/01/2021 ແລະ ຕາມກຳນົດສົ່ງຂາຍກະແສໄຟຟ້າໃນ ເດືອນ ກໍລະກົດ ປີ 2022.

ເຂື່ອນໄຟຟ້ານໍ້າອີມູນ ເປັນເຂື່ອນແບບນໍ້າໄຫຼຜ່ານ ມີກໍາລັງການຕິດຕັ້ງທັງໝົດ 133 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 235 ລ້ານໂດລາສະຫະລັດ, ມີພື້ນທີ່ອ່າງໂຕ່ງນໍ້າ 462 ກິໂລຕາແມັດ, ປະລິມານນໍ້າສະເລ່ຍ 654 ລ້ານກວ່າແມັດກ້ອນ, ປະກອບດ້ວຍ 2 ເຂື່ອນຄື: ເຂື່ອນນໍ້າອີມູນ ແລະ ເຂື່ອນຫ້ວຍເຫັດ ມີອຸໂມງສົ່ງນ້ຳ ທີ່ມີຄວາມຍາວ 20,06 ກິໂລແມັດ, ຂະໜາດ 4,5ແມັດ x 5,5ແມັດ ໜ້າຕັດຮູບໂຕດີ ແລະ ມີເຮືອນຈັກແບບເທິງໜ້າດິນຕິດຕັ້ງ    ໜ່ວຍຈັກ ເພັນຕັນເທີບາຍ ແບບແກນຕັ້ງ 2 ໜ່ວຍຈັກ ໜ່ວຍຈັກລະ 65,5 ເມກາວັດ

ນັບຕັ້ງແຕ່ມື້ເລີ່ມກໍ່ສ້າງໃນຕົ້ນປີ 2019 ຈົນເຖິງປັດຈຸບັນ ໂຄງການເຂື່ອນໄຟຟ້ານ້ຳອີມູນ ມີຄວາມຄືບໜ້າ ແລະ ກໍ່ສ້າງສຳເລັດແລ້ວ 70% ໂດຍສະເລ່ຍ

ເຊິ່ງມີຜູ້ຮັບເໝົາລະດັບສາກົນ ບໍລິສັດ SongDa-5 Joint Stock Company ຈາກ ສສ ຫວຽດນາມຮັບຜິດຊອບວຽກການກໍ່ສ້າງພາກໂຍທາ, ບໍລິສັດ V0ITH Shanghai Company Ltd ຈາກ ສປ ຈີນ ເປັນຜູ້ຜະລິດ ແລະ ຕິດຕັ້ງກົນຈັກໄຟຟ້າ (E&M) ແລະ ມີທີ່ປຶກສາລະດັບສາກົນ ໂດຍບໍລິສັດ ILF Consulting Engineers (Asia) Ltd. ຕາມແຜນໂຄງການເຂື່ອນໄຟຟ້ານໍ້າອີມູນ ຈະສໍາເລັດການກໍ່ສ້າງໃນເດືອນ ກໍລະກົດ 2022 ຖືວ່າມີຄວາມພ້ອມໃນການຈ່າຍກະແສໄຟຟ້າ ເຂົ້າລະບົບສາຍສົ່ງ 220 ກິໂລໂວນ ຈາກສະຖານີ ດ້ວຍຄວາມຍາວຂອງສາຍສົ່ງ 51 ກິໂລແມັດ ໄປຫາຈຸດຊາຍແດນລາວ-ຫວຽດນາມ ເຂົ້າສູ່ສະຖານີດາກຕະອ໋ອກ, ເຊິ່ງພະລັງງານ ທັງໝົດທີ່ຜະລິດໄດ້ ຈະສົ່ງຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ ຫຼື EVN, ເມື່ອໂຄງການດັ່ງກ່າວສໍາເລັດ ຄາດວ່າຈະສາມາດສ້າງລາຍຮັບສະເລ່ຍ 32 ລ້ານໂດລາສະຫະລັດຕໍ່ປີ, ໃນນັ້ນຈະໄດ້ຖອກພັນທະໃຫ້ແກ່ລັດຖະບານ ສະເລ່ຍ 3 ລ້ານກວ່າໂດລາສະຫະລັດຕໍ່ປີ, ເຊິ່ງທັງໝົດນີ້ຈະເປັນການປະກອບສ່ວນອັນສຳຄັນ ຂອງບໍລິສັດ ໃນການຜະລິດ ແລະ ສົ່ງອອກກະແສໄຟຟ້າ ແລະ ນຳເງິນຕາເຂົ້າສູ່ປະເທດຕາມແນວທາງນະໂຍບາຍ ຂອງລັດຖະບານ.

ໃນໂອກາດທີ່ ທ່ານ ຄຳພັນ ພົມມະທັດ ພ້ອມຄະນະ ເດີນທາງປະຕິບັດຫນ້າທີ່ ທີ່ແຂວງ ອັດຕະປື ໃນມື້ຕໍ່ມາ, ທ່ານຍັງໄດ້ໃຫ້ກຽດລົງຕິດຕາມຢ້ຽມຢາມໂຄງການເຂື່ອນໄຟຟ້ານໍ້າກົງ 2 ແລະ ນໍ້າກົງ 3 ທີ່ເມືອງ ພູວົງ, ແຂວງ ອັດຕະປື ຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.

ເຂື່ອນໄຟຟ້ານ້ຳກົງ 2 ເປັນເຂື່ອນເບຕົງ, ມີກຳລັງການຕິດຕັ້ງທັງໝົດ 66 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 142 ລ້ານໂດລາສະຫະລັດ, ມີພື້ນທີ່ອ່າງໂຕ່ງນ້ຳ 10 ກິໂລຕາແມັດ, ປະລິມານນ້ຳສະເລ່ຍ 1,265 ລ້ານກວ່າແມັດກ້ອນຕໍ່ປີ, ພະລັງງານ ທີ່ສາມາດຜະລິດໄດ້ 288 ກິໂລວັດໂມງຕໍ່ປີ, ສາມາດສ້າງລາຍຮັບໄດ້ 18,9 ລ້ານໂດລາສະຫະລັດຕໍ່ປີ. ໂດຍເລີ່ມສົ່ງຂາຍໄຟຟ້າໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ໃນເດືອນ ກໍລະກົດ ປີ 2018 ເປັນຕົ້ນມາ.

ສຳລັບໂຄງການເຂື່ອນໄຟຟ້ານ້ຳກົງ 3 ພາຍຫຼັງທີ່ໄດ້ມີພິທີກັກເກັບນ້ຳ ໃນກາງເດືອນວັນທີ 11 ທັນວາ 2020 ທີ່ແຂວງ ອັດຕະປື ຢ່າງເປັນທາງການທີ່ຜ່ານມານັ້ນ, ບໍລິສັດກໍ່ໄດ້ສືບຕໍ່ປະຕິບັດຕາມແຜນການທີ່ວາງໄວ້ ໂດຍໜ້າວຽກທັງໝົດຂອງໂຄງການມີແຜນຈະສຳເລັດໃນວັນທີ 30 ກໍລະກົດ 2021  ສຳລັບໂຄງການເຂື່ອນໄຟຟ້ານ້ຳກົງ 3 ມີທີ່ຕັ້ງຢູ່ທີ່ ບ້ານວັງແຄນ, ເມືອງ ພູວົງ, ແຂວງ ອັດຕະປື ມີກຳລັງການຕິດຕັ້ງທັງໝົດ 54 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 140 ລ້ານໂດລາສະຫະລັດ, ນັບແຕ່ມື້ເລີ່ມລົງມືກໍ່ສ້າງໃນວັນທີ 01 ກຸມພາ 2018 ມາເຖິງປັດຈຸບັນ ໂຄງການເຂື່ອນໄຟຟ້ານໍ້າກົງ 3 ມີຄວາມຄືບໜ້າ ແລະ ສຳເລັດແລ້ວ 99% ໂດຍສະເລ່ຍ

 

ພາຍຫລັງໂຄງການດັ່ງກ່າວສຳເລັດ ຈະສາມາດຜະລິດພະລັງງານໄດ້ 209 ກິໂລວັດໂມງຕໍ່ປີ ແລະ ຄາດວ່າຈະສາມາດສ້າງລາຍຮັບສະເລ່ຍ 14 ລ້ານກວ່າໂດລາສະຫະລັດຕໍ່ປີ, ສຳລັບພະລັງງານໄຟຟ້າທັງໝົດທີ່ຜະລິດໄດ້ ຈາກໂຄງການນໍ້າກົງ 3 ຈະສົ່ງເຂົ້າສະຖານີຮ່ວມກັບເຂື່ອນນໍ້າກົງ 2 ແລ້ວຍົກແຮງດັນຈາກສາຍສົ່ງ 115 ກິໂລໂວນມາເປັນ 220 ກິໂລໂວນ, ເປັນລະບົບສາຍສົ່ງແບບວົງຈອນຄູ່ ຄວາມຍາວ 116 ກິໂລແມັດ ແລ້ວເຊື່ອມຕໍ່ລະບົບເຂົ້າສູ່ສະຖານີ ໂບອີ ໂດຍມີຄວາມພ້ອມສົ່ງຂາຍໄຟໃຫ້ EVN ໃນເດືອນ 08/2021.

ເວົ້າລວມແລ້ວ, ສຳລັບທັງ 3 ໂຄງການເຂື່ອນ ຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເປັນໂຄງການທີ່ມີສັນຍາຊື້-ຂາຍໄຟຟ້າເປັນທີ່ຮຽບຮ້ອຍ, ບໍລິສັດມີຄວາມພູມໃຈທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຜະລິດພະລັງງານທີ່ສະອາດ ຮັບຜິດຊອບຕໍ່ກັບສັງຄົມ-ສິ່ງແວດລ້ອມ ຖືເປັນການປະກອບສ່ວນທີ່ຕັ້ງໜ້າຂອງບໍລິສັດ ຕໍ່ກັບແນວທາງທີ່ສຳຄັນຂອງລັດຖະບານ ແລະ ເພື່ອສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດພາຍໃນໃຫ້ມີຄວາມຍືນຍົງ, ດ້ວຍປະສົບການ, ຄວາມຊ່ຽວຊານ ແລະ ການເປັນຜູ້ພັດທະນາຢ່າງແທ້ຈິງ.

ຕາງໜ້າໃຫ້ແກ່ພັກ ແລະ ລັດຖະບານ ທ່ານ ຄໍາພັນ ພົມມະທັດ ຍັງໄດ້ຕີລາຄາສູງຕໍ່ກັບຜູ້ພັດທະນາເພື່ອການເຊື່ອມໂຍງທາງດ້ານທຸລະກິດພະລັງງານຂອງປະເທດ ຕໍ່ກັບຜົນສໍາເລັດຂອງຫນ້າວຽກແຕ່ລະດ້ານ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ມາດຕະຖານດ້ານເຕັກນິກ, ຮັບປະກັນຄວາມປອດໄພເປັນບັນຫາສໍາຄັນ ທັງເຊື່ອຫມັ້ນວ່າ ໂຄງການເຂື່ອນໄຟຟ້ານໍ້າອີມູນ ແລະ ເຂື່ອນໄຟຟ້ານໍ້າກົງ 2​ ແລະ 3 ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la