ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ແກ່ບັນດາແຂວງທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ

ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ມອບເງິນຊ່ວຍເຫຼືອບັນເທົາທຸກໃຫ້ແກ່ບັນດາແຂວງທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ

ໃນຕອນບ່າຍວັນທີ 15 ມິຖຸນາ 2021 ບໍລິສັດ ຈະເລີນເຊກອງ ພະລັງງານ ເຊິ່ງ ຕາງໜ້າໂດຍ ທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານ ບໍລິສັດ ຈະເລີນເຊກອງ ພະລັງງານໄດ້ມອບເງິນຊ່ວຍເຫຼືອ ມູນຄ່າ 50 ລ້ານກີບ ໃຫ້ກະຊວງແຜນການ ແລະ ການລົງທຶນ ເຊິ່ງຕາງໜ້າຮັບໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອປະກອບສ່ວນໃນການບັນເທົາທຸກຂອງປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ຟື້ນຟູຜົນກະທົບຈາກໄພທໍາມະຊາດທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດ

ເນື່ອງຈາກສະພາບຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່ວັນທີ 11-14 ມິຖຸນາ 2021 ຈາກຜົນຂອງພາຍຸດິເປຣຊັນ (ພາຍຸໂຄກຸມະ) ແລະ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ໄດ້ພັດປົກຄຸມແຂວງໄຊຍະບູລີ ແລະ ເຂດພາກເໜືອຂອງລາວ ດ້ວຍກໍາລັງແຮງເຮັດໃຫ້ເກີດນໍ້າໄຫລຊຸ, ດິນຖະຫລົ່ມ, ນໍ້າຖ້ວມເຮືອນປະຊາຊົນ, ນໍ້າຖ້ວມເນື້ອທີ່ການຜະລິດ, ເສັ້ນທາງຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍເປເພ, ເສົາໄຟຟ້າຫັກ, ການຈັດຕັ້ງປະຕິບັດໃນການແກ້ໄຂຊ່ວຍເຫລືອສຸກເສີນໄພພິບັດ, ທາງຄະນະຂັ້ນນໍາຂອງແຂວງ, ເມືອງ ກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ສູນກາງ ໄດ້ສົມທົບກັບກອງກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນການລົງຊ່ວຍເຫລືອຕອບໂຕ້ໄພພິບັດໃນເບື້ອງຕົ້ນ

ບໍລິສັດ ຈະເລີນເຊກອງ ພະລັງງານ ຂໍສົ່ງກໍາລັງໃຈໃຫ້ປະຊາຊົນລາວທີ່ໄດ້ຮັບຜົນກະທົບ ແລະ ເຈົ້າໜ້າທີ່

ທີ່ກ່ຽວຂ້ອງໃນປະຕິບັດວຽກງານຕອບໂຕ້ໄພພິບັດຢູ່ຂອບເຂດທົ່ວປະເທດ ໃຫ້ສາມາດຮັບມື-ຕອບໂຕ້ ແລະ ຟື້ນຟູສະພາບຈາກຄວາມເສຍຫາຍທີ່ເກີດຂຶ້ນໃຫ້ກັບມາສູ່ສະພາບປົກກະຕິໂດຍໄວ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la