ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກ, ເຂື່ອນໄຟຟ້ານ້ຳອີມູນ ແລະ ເຂື່ອນໄຟຟ້ານ້ຳກົງ2,3 ຄັ້ງວັນທີ 18-19/02/2022

ໃນລະຫວ່າງວັນທີ 18-19 ກຸມພາ 2022 ທີ່ຜ່ານມາ, ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ເຂື່ອນທີ່ກຳລັງທຳການຜະລິດ ທີ່ຂຶ້ນກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.

ໃນວັນທີ 18/02/2022 ທ່ານນາງ ວັດທະນາ ດາລາລອຍ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດລົງຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກ ທີ່ເມືອງປາກຊ່ອງ, ແຂວງ ຈຳປາສັກ  ໂດຍການຕ້ອນຮັບ ແລະ ນຳພາຂອງທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ພ້ອມດ້ວຍຄະນະ.

ທ່ານ ປຣີຊາ ກັນທະມູນ ຮອງປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທັງເປັນຜູ້ຊີ້ນຳຝ່າຍ ກໍ່ສ້າງ ແລະ ພັດທະນາ ແລະ ຝ່າຍ ຄວບຄຸມການຜະລິດ-ບຳລຸງຮັກສາ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳພາກ ໂດຍລະບຸວ່າ: ໂຄງການເຂື່ອນໄຟຟ້ານໍ້າພາກ ເປັນໂຄງການທີ່ຖືກພັດທະນາໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເຊິ່ງເປັນບໍລິສັດພາກເອກະຊົນລາວ ຖືເປັນໂຄງການທີ່ຕິດພັນກັບການສົ່ງເສີມຂະແໜງພະລັງງານພາຍໃນປະເທດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ຊ່ວຍປັບປຸງຊີວິດການເປັນຢູ່ໃນເຂດຊຸມຊົນໃກ້ຄຽງໂຄງການໃຫ້ດີຂຶ້ນ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າພາກ ເປັນເຂື່ອນແບບມີອ່າງໂຕ່ງ ເຄື່ອງຈັກ 120 MW+8MW ໂດຍມີກຳລັງການຕິດຕັ້ງ 128 MW, ພະລັງງານທີ່ສາມາດຜະລິດສະເລ່ຍຕໍ່ປີ 627 KWh/ປີ, ໃນປີ 2007 ໄດ້ມີການສຳຫຼວດເບື້ອງຕົ້ນໂດຍບໍລິສັດໂກເບ(KGPC), ມາຮອດປີ 2017 ເປັນເຈົ້າຂອງໂຄງການ ແລະ ຖືກພັດທະນາໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ເລີ່ມລົງມືໃນການກໍ່ສ້າງພື້ນຖານໂຄງລ່າງໃນປີ 2021 ໄລຍະເວລາໃນການກໍ່ສ້າງ 47 ເດືອນ ປັດຈຸບັນມີຄວາມຄືບໜ້າໃນການກໍ່ສ້າງໂດຍລວມ 4,17% ໂດຍສະເລ່ຍ ແລະ ຄາດວ່າຈະສາມາດຜະລິດໄຟຟ້າໄດ້ໃນເດືອນ ຕຸລາ 2024.

ໃນມື້ຕໍ່ມາວັນທີ 19/02/2022 ທ່ານຍັງໄດ້ໃຫ້ກຽດລົງຕິດຕາມຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ທີ່ບ້ານດາກໂຈມ ເມືອງດາກຈຶງ ແຂວງເຊກອງ,  ເປັນເຂື່ອນແບບນໍ້າໄຫຼຜ່ານ ມີກໍາລັງການຕິດຕັ້ງທັງໝົດ 133 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 235 ລ້ານໂດລາສະຫະລັດ, ມີພື້ນທີ່ອ່າງໂຕ່ງນໍ້າ 462 ກິໂລຕາແມັດ, ປະລິມານນໍ້າສະເລ່ຍ 654 ລ້ານກວ່າແມັດກ້ອນ, ປະກອບດ້ວຍ 2 ເຂື່ອນຄື: ເຂື່ອນນໍ້າອີມູນ ແລະ ເຂື່ອນຫ້ວຍເຫັດ ມີອຸໂມງສົ່ງນ້ຳ ທີ່ມີຄວາມຍາວ 20,06 ກິໂລແມັດຂະໜາດ 4,5ແມັດ x 5,5ແມັດ  ໜ້າຕັດຮູບໂຕດີ ແລະ ມີເຮືອນຈັກແບບເທິງໜ້າດິນຕິດຕັ້ງໜ່ວຍຈັກເພັນຕັນເທີບາຍແບບແກນຕັ້ງ 2 ໜ່ວຍຈັກ,ໜ່ວຍຈັກລະ 65,5 ເມກາວັດ.

ນັບຕັ້ງແຕ່ມື້ເລີ່ມກໍ່ສ້າງໃນຕົ້ນປີ 2019 ຈົນເຖິງປັດຈຸບັນ ໂຄງການເຂື່ອນໄຟຟ້ານ້ຳອີມູນມີຄວາມຄືບໜ້າ ແລະ ກໍ່ສ້າງສຳເລັດແລ້ວ 90% ໂດຍສະເລ່ຍ. ຕາມແຜນໂຄງການເຂື່ອນໄຟຟ້ານໍ້າອີມູນ ຈະສໍາເລັດການກໍ່ສ້າງໃນເດືອນທັນວາ 2022 ຖືວ່າມີຄວາມພ້ອມໃນການຈ່າຍກະແສໄຟຟ້າ ເຂົ້າລະບົບສາຍສົ່ງ 220 ກິໂລໂວນ ຈາກສະຖານີ ດ້ວຍຄວາມຍາວຂອງສາຍສົ່ງ 51 ກິໂລແມັດ ໄປຫາຈຸດຊາຍແດນລາວ-ຫວຽດນາມ ເຂົ້າສູ່ສະຖານີດາກຕະອ໋ອກ, ເຊິ່ງພະລັງງານ ທັງໝົດທີ່ຜະລິດໄດ້ ຈະສົ່ງຂາຍໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ ຫຼື EVN, ເມື່ອໂຄງການດັ່ງກ່າວສໍາເລັດ ຄາດວ່າຈະສາມາດສ້າງລາຍຮັບສະເລ່ຍ 32 ລ້ານໂດລາສະຫະລັດຕໍ່ປີ, ໃນນັ້ນຈະໄດ້ຖອກພັນທະໃຫ້ແກ່ລັດຖະບານ ສະເລ່ຍ 3 ລ້ານກວ່າໂດລາສະຫະລັດຕໍ່ປີ, ເຊິ່ງທັງໝົດນີ້ຈະເປັນການປະກອບສ່ວນອັນສຳຄັນ ຂອງບໍລິສັດ ໃນການຜະລິດ ແລະ ສົ່ງອອກກະແສໄຟຟ້າ ແລະ ນຳເງິນຕາເຂົ້າສູ່ປະເທດຕາມແນວທາງນະໂຍບາຍ ຂອງລັດຖະບານ.

ຈາກນັ້ນ ກໍ່ໄດ້ລົງຢ້ຽມຢາມເຂື່ອນຫຼັກ ນໍ້າກົງ2,3 ເຮືອນຈັກ ແລະ ສະຖານີຮ່ວມນໍ້າກົງ 2,3 ທີ່ເມືອງ ພູວົງ, ແຂວງ ອັດຕະປື. ພາຍຫຼັງທີ່ໄດ້ມີພິທີມອບ-ຮັບເຂື່ອນລະຫວ່າງຝ່າຍກໍ່ສ້າງ ແລະ ພັດທະນາໂຄງການ ແລະ ຝ່າຍ ຄວບຄຸມການຜະລິດ ແລະ ບຳລຸງຮັກສາ ຢ່າງເປັນທາງການໃນວັນທີ 29/11/2021 ທີ່ຜ່ານມາ, ປັດຈຸບັນ ເຂື່ອນໄຟຟ້ານ້ຳກົງ 3 ກຳລັງທົດລອງຜະລິດກະແສໄຟຟ້າເພື່ອສົ່ງອອກຂາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ EDL ມີກໍາລັງການຕິດຕັ້ງທັງໝົດ 54 ເມກາວັດ, ມູນຄ່າການກໍ່ສ້າງທັງໝົດ 140 ລ້ານໂດລາສະຫະລັດ ແລະ ຈະສາມາດຜະລິດພະລັງງານໄດ້ 209 ກິໂລວັດໂມງຕໍ່ປີ ແລະ ຄາດວ່າຈະສາມາດສ້າງລາຍຮັບສະເລ່ຍ 14 ລ້ານກວ່າໂດລາສະຫະລັດຕໍ່ປີ, ສຳລັບພະລັງງານໄຟຟ້າທັງໝົດທີ່ຜະລິດໄດ້ ຈາກໂຄງການນໍ້າກົງ 3 ຈະສົ່ງເຂົ້າສະຖານີຮ່ວມກັບເຂື່ອນນໍ້າກົງ 2 ແລ້ວຍົກແຮງດັນຈາກສາຍສົ່ງ 115 ກິໂລໂວນມາເປັນ 220 ກິໂລໂວນ, ເປັນລະບົບສາຍສົ່ງແບບວົງຈອນຄູ່ ຄວາມຍາວ 116 ກິໂລແມັດ ແລ້ວເຊື່ອມຕໍ່ລະບົບເຂົ້າສູ່ສະຖານີ ໂບອີ ໂດຍມີຄວາມພ້ອມສົ່ງຂາຍໄຟໃຫ້ EVN.

ທ່ານ ນາງ ວັດທະນາ ດາລາລອຍ ຕາງໜ້າໃຫ້ແກ່ທະນາຄານແຫ່ງ ສປປ ລາວ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ທີມງານກໍ່ຄື ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທີ່ຍາມໃດກໍ່ໃຫ້ຄວາມສຳຄັນ, ຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ກັບສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງສະແດງເຖິງການມີລະບົບບັນຊາການ-ການບໍລິຫານທີ່ເປັນມືອາຊີບຂອງທີມງານ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ່ມາດຕະຖານດ້ານເຕັກນິກ, ຮັບປະກັນຄວາມປອດໄພເປັນບັນຫາສໍາຄັນ ແລະ ຍັງໄດ້ຕີລາຄາສູງຕໍ່ກັບຜູ້ພັດທະນາເພື່ອການເຊື່ອມໂຍງທາງດ້ານທຸລະກິດພະລັງງານຂອງປະເທດ ຕໍ່ກັບຜົນສໍາເລັດຂອງຫນ້າວຽກແຕ່ລະດ້ານ ທັງເຊື່ອຫມັ້ນວ່າ ເຂື່ອນໄຟຟ້ານໍ້າກົງ 2​-3, ໂຄງການເຂື່ອນໄຟຟ້ານໍ້າອີມູນ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້ານນ້ຳພາກ ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la