ກອງປະຊຸມສະຫຼຸບເນື້ອໃນຮ່າງສັນຍາຊື້-ຂາຍຮຸ້ນຂອງ ໂຄງການໄຟຟ້າ ນໍ້າງື່ມ 3

ໃນວັນທີ 19-20 ມິຖຸນາ 2019 ທີ່ ສຳນັກງານໃຫຍ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ໄດ້ມີການປະຊຸມສະຫຼຸບເນື້ອໃນຮ່າງສັນຍາຊື້-ຂາຍຮຸ້ນຂອງໂຄງການ ນໍ້າງື່ມ 3 ຄັ້ງສຸດທ້າຍ, ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ, ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ພະລັງງານ ແລະ ບໍ່ແຮ່, ປະທານ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດ ຜູ້ດຽວ ພ້ອມຄະນະ, ທີ່ປຶກສາກິດຕິມະສັກ ຈາກ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ຄະນະບໍລິຫານງານ EGAT international (EGATi), ​ບໍລິສັດທີ່ປຶກສາກົດໝາຍ A&O, DFDL, ທີ່ປຶກສາດ້ານການເງິນ Finansa ແລະ ທີ່ປຶກສາ Prime Street. ທີ່ປະຊຸມໄດ້ຜ່ານເນື້ອໃນຮ່າງສັນຍາແຕ່ລະຫົວຂໍ້ ເພື່ອຮັບປະກັນຄວາມເປັນເອກະພາບພ້ອມທັງແລກປ່ຽນຄຳຄິດເຫັນ ແລະ ປັບປຸງເພີ່ມເຕີມບັນດາຫົວຂໍ້ທີ່ສຳຄັນ. ການປະຊຸມໃນຄັ້ງນີ້ ທຸກໆຝ່າຍຍອມຮັບ ແລະ ຕົກລົງເຫັນດີເປັນເອກະພາບຕໍ່ເນື້ອໃນຂອງຮ່າງສັນຍາຊື້-ຂາຍຮຸ້ນ ໂຄງການ ນໍ້າງື່ມ 3 ແລະ ທຸກພາກສ່ວນຈະຊ່ວຍກັນຜັກດັນເພື່ອໃຫ້ໄດ້ລົງນາມພາຍໃນເດືອນ ມິຖຸນາ ປີ 2019.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la