ພິທີປ່ອຍປາໃນວັນປ່ອຍປາແຫ່ງຊາດ ທີ່ເຂື່ອນໄຟຟ້າ ນໍ້າກົງ 2

ໃນຕອນເຊົ້າຂອງ ວັນທີ 12 ກໍລະກົດ 2019, ທີ່ເຂື່ອນໄຟຟ້າ ນໍ້າກົງ 2​ ບ້ານ ລະມ໋ອງ, ເມືອງ ພູວົງ, ແຂວງ ອັດຕະປື, ໄດ້ມີພິທີປ່ອຍປາ ເນື່ອງໃນວັນອະນຸລັກສັດນໍ້າສັດປ່າ. ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຮອງເຈົ້າແຂວງ ແຂວງ ອັດຕະປື, ທ່ານ ເຈົ້າເມືອງ ເມືອງ ພູວົງ, ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຜູ້ອຳນວຍການ ຝ່າຍຄຸ້ມຄອງການຜະລິດ, ຜູ້ຈັດການເຂື່ອນໄຟຟ້າ ນໍ້າກົງ 2 ພ້ອມດ້ວຍບັນດາພະນັກງານຈາກເຂື່ອນໄຟຟ້າ ນໍ້າກົງ 2 ແລະ ແຂກທີ່ຖືກເຊີນຈາກ ແຂວງ ອັດຕະປື ແລະ ເມືອງ ພູວົງ ເຂົ້າຮ່ວມຢ່າງພ້ອມພຽງ. ແນວພັນປາທີ່ປ່ອຍລົງໃນຄັ້ງນີ້ມີ: ປາປາກ, ປານວນຈັນ ແລະ ປາມະນີການ, ລວມທັງໝົດຈຳນວນ 60,000 ໂຕ. ປາທັງໝົດໄດ້ຖືກປ່ອຍລົງຈຸດເຂື່ອນດິນຂອງ ເຂື່ອນໄຟຟ້າ ນໍ້າກົງ 2. ຈຸດປະສົງໃນການປ່ອຍປາຄັ້ງນີ້ແມ່ນເພື່ອສ້າງຄວາມສົມດຸນ ໃຫ້ແກ່ລະບົບນິເວດທາງນໍ້າ, ທັງເປັນການອະນຸລັກສັດນຳ້ ຕາມທີ່ກົດໝາຍການປະມົງແຫ່ງ ສ ປ ປ ລາວ ວາງອອກ.

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la