ຄະນະຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ກຽດລົງຢ້ຽມຢາມເຂື່ອນໄຟຟ້າ ນໍ້າອີມູນ ແລະ ເຂື່ອນໄຟຟ້າ ນໍ້າກົງ 2

ໃນວັນທີ 23 ພຶດສະພາ 2019 ທີ່ຜ່ານມາ ຄະນະຈາກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ນຳພາໂດຍ ທ່ານ ວຽງສຸກ ຈູນທະວົງ ຮອງຜູ້ອຳນວຍການໃຫຍ່ ທຄຕລ ແລະ ບັນດາຄະນະຜູ້ຮ່ວມຕິດຕາມ ທ່ານ ບຸນລ້ວນ ອຸ່ນທະລາວົງ, ທ່ານ ຄິດ ສັງສິນໄຊ, ທ່ານ ຄຳສະຫວ່າງ ກິລາວົງ, ທ່ານ ສະຫວັນນມິດ ສົນວັນວິຈິດ. ໄດ້ໃຫ້ກຽດລົງຢ້ຽມຢາມ ເຂື່ອນໄຟຟ້າ ນຳ້ອີມູນ ທີ່ ເມືອງດາກໂຈມ, ເມືອງດາກຈຶງ ແຂວງເຊກອງ ເຊິ່ງຕ້ອນຮັບ ແລະ ນຳພາໂດຍ ຜູ້ອຳນວຍການຈາກ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທ່ານ ລິດສະໝີ ລາດຊະວົງ ຜູ້ອຳນວຍການ ຝ່າຍ ບັນຊີ-ການເງິນ, ທ່ານ ສຸວັດ ສີສຸທຳ ຜູ້ອຳນວຍການ ຝ່າຍ ພັດທະນາໂຄງການ ທ່ານ ຟອງສະມຸດ ດວງໃຈ ພ້ອມທັງບັນດາຄະນະ ແລະ ຜູ້ຈັດການເຂື່ອນໄຟຟ້າ ນໍ້າອີມູນ ເຊິ່ງໃນການລົງຢ້ຽມຢາມຄັ້ງນີ້ ແມ່ນການລົງຢ້ຽມຢາມປະຈຳປີ ເພື່ອເບິ່ງຄວາມຄືບໜ້າຂອງໂຄງການ ແລະ ການດຳເນີນການກໍ່ສ້າງ. ນອກຈາກນັ້ນ, ຍັງໄດ້ລົງຢ້ຽມຢາມພື້ນທີ່ຕົວຈິງເຊັ່ນ: ເສັ້ນທາງທີ່ຕັດໄປຫາເຮືອນຈັກ, ເຂື່ອນອວ່າຍນໍ້າ, ແຄ້ມທີ່ພັກ ແລະ ອື່ນໆ. ພ້ອມດຽວກັນນັ້ນ ຮອງຜູ້ອຳນວຍການໃຫຍ່ ທຄຕລ ຍັງໄດ້ຖາມເຖິງອຸປະສັກ ທີ່ໄດ້ປະສົບພົບພໍ້ໃນການກໍ່ສ້າງ ແລະ ພ້ອມໃຫ້ຄວາມຊ່ວຍເຫຼືອ ແນະນຳ ເພື່ອໃຫ້ໂຄງການດັ່ງກ່າວ ສຳເລັດຕາມເປົ້າໝາຍ. ໃນວັນທີ 24 ພຶດສະພາ 2019 ຄະນະທັງ 2 ໄດ້ເດີນທາງຢ້ຽມຢາມເຂື່ອນໄຟຟ້າ ນໍ້າກົງ 2 ທີ່ ບ້ານ ລະມອງ, ເມືອງ ພູວົງ ແຂວງ ອັດຕະປື ພ້ອມປະສານສົມທົບຮ່ວມກັບ ທ່ານ ສະໝານ ມີບຸນ ຜູ້ອຳນວຍການ ຝ່າຍ ຄຸ້ມຄອງການຜະລິດ ແລະ ຜູ້ຈັດການເຂື່ອນໄຟຟ້າ ນໍ້າກົງ 2 ເພື່ອເບິ່ງຄວາມຄືບໜ້າການຜະລິດ  ແລະ ແຜນໃນການດຳເນີນການຂອງການຜະລິດ ພ້ອມນັ້ນ ຍັງໄດ້ລົງຢ້ຽມຢາມ ເຮືອນຈັກ, ສັນເຂື່ອນ, ອ່າງໂຕ່ງ, ເຂື່ອນຫຼັກ, ແຄ້ມ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la