ພິທີ ມອບ-ຮັບເຂື່ອນໄຟຟ້ານ້ຳກົງ3

ພິທີ ມອບ-ຮັບ ໂຄງການເຂື່ອນໄຟຟ້າ ນ້ຳກົງ 3 ເປັນເຂື່ອນຜະລິດ

ວັນທີ 29 ພະຈິກ 2021 ທີ່ເຂື່ອນໄຟຟ້ານ້ຳກົງ3, ເມືອງ ພູວົງ, ແຂວງ ອັດຕະປື

ໃນວັນທີ 29 ພະຈິກ 2021 ທີ່ຜ່ານມາ ໄດ້ມີພິທີ ມອບ-ຮັບ ໂຄງການເຂື່ອນໄຟຟ້າ ນ້ຳກົງ 3 ເປັນເຂື່ອນຜະລິດ ທີ່ເຂື່ອນໄຟຟ້າ ນ້ຳກົງ 3, ເມືອງ ພູວົງ, ແຂວງ ອັດຕະປື ເຊິ່ງໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ໂດຍທ່ານ ວິທະຍາ ພົມມະຈັນ ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື, ຕາງໜ້າໃຫ້ແກ່ອົງການປົກຄອງ ແຂວງ ອັດຕະປື; ທ່ານ ສຸລິຈັນ ໂຊກຈັນຄຳ ເຈົ້າເມືອງ ເມືອງພູວົງ ແຂວງ ອັດຕະປື;   ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມຄະນະຮອງປະທານ, ຄະນະຜູ້ບໍລິຫານ, ບັນດາທ່ານຫົວໜ້າພະແນກ, ຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ, ພ້ອມດ້ວຍຕາງໜ້າບັນດາທີ່ປຶກສາໂຄງການ, ບັນດາຜູ້ຮັບເໝົາ, ຕາງໜ້າພະນັກງານພາກສະໜາມເຂື່ອນໄຟຟ້າ ນ້ຳກົງ 3 ຈຳນວນໜຶ່ງ ພາຍໃຕ້ການປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 19.

ເຂື່ອນໄຟຟ້າ ນ້ຳກົງ 3 ໄດ້ມີການລົງທຶນກໍ່ສ້າງໂດຍ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຫຼື CSE 100%, ເລີ່ມລົງມືກໍ່ສ້າງໃນເດືອນ ມັງກອນ 2018, ພາຍຫຼັງທີ່ໄດ້ມີພິທີກັກເກັບນ້ຳຢ່າງເປັນທາງການ ໃນວັນທີ 11 ທັນວາ 2020 ທີ່ແຂວງ ອັດຕະປື, ບໍລິສັດ CSE ພວກເຮົາ ກໍ່ໄດ້ສືບຕໍ່ປະຕິບັດຕາມແຜນການທີ່ວາງໄວ້ ໂດຍໜ້າວຽກທັງໝົດນັບຕັ້ງແຕ່ແຕ່ມື້ເລີ່ມລົງມືກໍ່ສ້າງໂຄງການໃນປີ 2018 ມາເຖິງ ວັນທີ 31 ສິງຫາ 2021 ປັດຈຸບັນຖືວ່າສຳເລັດ 100% ແລະ ກໍາລັງເຊື່ອມຕໍ່ລະບົບກັບສາຍສົ່ງກັບ EVN.

ໃນພິທີມອບ-ຮັບໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 3 ເປັນເຂື່ອນຜະລິດ, ທ່ານ ປຣີຊາ ກັນທະມູນ ຮອງປະທານ ທັງເປັນຜູ້ຊີ້ນຳລວມຝ່າຍ ກໍ່ສ້າງ ແລະ ພັດທະນາໂຄງການ ແລະ ຝ່າຍ ຄວບຄຸມການຜະລິດ-ບຳລຸງຮັກສາ ໄດ້ລາຍງານປະຫວັດຄວາມເປັນມາຂອງການກໍ່ສ້າງເຂື່ອນນໍ້າກົງ 3 ໂດຍຫຍໍ້ວ່າ:​ ໃນເບື້ອງຕົ້ນ ໂຄງການເຂື່ອນໄຟຟ້າ ນ້ຳກົງ 3 ຖືກພັດທະນາໂດຍ ບໍລິສັດ ຮ່ວາງແອັງຢາລາຍ ຈຳກັດ ໂດຍທີ່ປຶກສາອອກແບບແມ່ນບໍລິສັດ JSC Consultant ຈຳກັດ, ເປັນນັກລົງທືນຈາກ ສສ ຫວຽດນາມ ໂດຍມີກຳລັງການຕິດຕັ້ງລວມ 45 MW, ຕໍ່ມາໃນປີ 2016 ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເປັນຜູ້ພັດທະນາ ແລະ ຖືຮຸ້ນ 100%, ເຊິ່ງໄດ້ມີການກວດກາອອກແບບຄືນໃໝ່ ໃຫ້ມີຄວາມເໝາະສົມ ເພື່ອບໍ່ໃຫ້ມີຜົນກະທົບຫລາຍ ຈຶ່ງຍົກລະດັບກຳລັງການຕິດຕັ້ງຈາກ 45 MW ມາເປັນ 54 MW, ໂຄງການເຂື່ອນໄຟຟ້ານໍ້ຳກົງ 3 ມີອົງປະກອບເຊັ່ນ: ໂຄງສ້າງຕົວເຂື່ອນ ເປັນເຂື່ອນເບຕົງອັດແໜ້ນ RCC, ມີຄວາມສູງ 65 ແມັດ, ສັນເຂື່ອນມີຄວາມຍາວ 494 ແມັດ, ທຽບຄວາມສູງຈາກລະດັບໜ້ານ້ຳທະເລແມ່ນ 545.00 ແມັດ, ມີພື້ນທີ່ອ່າງເກັບນໍ້າຢູ່ທີ່ລະດັບນ້ຳສູງສຸດແມ່ນ 39 km2, ສາມາດເກັບນໍ້າໄດ້ 537,5 ລ້ານ m3, ປາກອຸໂມງເປັນເບຕົງເສີມເຫລັກ ມີອຸໂມງສົ່ງນໍ້າ ຫາ ເຮືອນຈັກ ແລະ ອາຄານເຮືອນຈັກເປັນໂຄງສ້າງເບຕົງເສີມເຫລັກ, ບໍລິມາດນໍ້າ 517 ລ້ານ ມ3   ແລະ ພະລັງງານສະເລ່ຍຕໍ່ປີ 208,9 ກິໂລວັດໂມງຕໍ່ປີ, ມີການຄຸ້ມຄອງໂຄງການທີມີໄລຍະສຳປະທານ 27 ປີ, ເຂື່ອນໄຟຟ້ານ້ຳກົງ 3 ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ ເນື່ອງຈາກວ່າ CSE ພວກເຮົາໄດ້ມີການບໍລິຫານຈັດການທີ່ດີ ແລະ ໄດ້ມາດຕະຖານລະດັບສາກົນ.

ບໍລິສັດພວກເຮົາໄດ້ສັນຫາ ບັນດາບໍລິສັດທີ່ປືກສາ ທີ່ມີຊື່ສຽງລະດັບສາກົນເຂົ້າມາຊ່ວຍໃຫ້ຄຳປຶກສາ ອັນໄດ້ເຮັດໃຫ້ບໍລິສັດ ມີລະບົບການຄຸ້ມຄອງບໍລິຫານທີ່ດີ, ເຂັ້ມແຂງ, ໄດ້ມາດຕະຖານ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ລົງທຶນໃນອະນາຄົດ, ໂດຍມີການສຶກສາ-ອອກແບບຄືນໂດຍ ບໍລິສັດທີ່ປຶກສາ POYRY ຈາກປະເທດສະວິດເຊີແລນ, ມີບັນດາຜູ້ຮັບເໝົາທີ່ມີຄວາມຊ່ຽວຊານລະດັບສາກົນເຊັ່ນ: ອອກແບບກໍ່ສ້າງ ແລະ ທີ່ປຶກສາໂດຍ ບໍລິສັດ AFRY (Thailand) Ltd,​ ຮັບເໝົາພາກໂຍທາແມ່ນ ບໍລິສັດ CHINA GEZHOUBA GROUP CO., LTD (CGGC), ສະໜອງ ແລະ ຕິດຕັ້ງດ້ານກົນຈັກທາງນໍ້າແມ່ນ ບໍລິສັດ WHESSOE SDN BHD, ສະໜອງ ແລະ ຕິດຕັ້ງດ້ານກົນຈັກໄຟຟ້າແມ່ນບໍລິສັດ ANDRITZ HYDRO PRIVATE LTD, ຮັບເໝົາວຽກສາຍສົ່ງ 220 ກິໂລໂວນ ແລະ ສະຖານີຮ່ວມແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE).

ຈາກນັ້ນ ທ່ານ ສົມສະໜິດ ສຸວັນນະລາດ ຮອງປະທານ ທັງເປັນຜູ້ຊີ້ນໍາວຽກງານຝ່າຍ ບຸກຄະລາກອນ ໄດ້ກ່າວວ່າ: ຜົນສຳເລັດດັ່ງກ່າວ ໄດ້ສ້າງຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງໃຫ້ແກ່ບໍລິສັດ CSE ທີ່ໄດ້ປະກອບສ່ວນອັນສຳຄັນຂອງຕົນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນໄດ້ປະກອບສ່ວນເຂົ້າໃນການພັດທະນາຂະແໜງການພະລັງງານ ໃຫ້ເຂົ້າສູ່ລ່ວງເລິກ ຕາມທິດຜະລິດພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.ຜົນສຳເລັດຂອງພວກເຮົາໃນຄັ້ງນີ້ ເປັນພຽງຜົນສຳເລັດເບື້ອງຕົ້ນ, ພວກເຮົາໄດ້ສ້າງເຂື່ອນໄຟຟ້າ ນໍ້າກົງ 3 ສໍາເລັດ ແລະ ໄດ້ຈັດພິທີ ມອບ-ຮັບ ເປັນເຂື່ອນຜະລິດແລ້ວ, ແຕ່ອັນສໍາຄັນທີ່ສຸດ ເຮັດແນວໃດ ພວກເຮົາ ຈື່ງຈະປົກປັກຮັກສາເຂື່ອນແຫ່ງນີ້ ໃຫ້ໄດ້ນຳໃຊ້ຍາວນານ ແລະ ໃຫ້ເກີດປະໂຫຍດສູງສຸດນັ້ນ ເປັນການຍາກ ແລະ ເປັນການທ້າທາຍຫຼາຍ. ຄໍາໂບຮານເຄີຍເວົ້າວ່າ ”ສ້າງເປັນພໍ່, ງ່າຍກວ່າກໍ່ເປັນເຮືອນ; ສ້າງເປັນເຂື່ອນ ບໍ່ຍາກ ເທົ່າກັບການປົກປັກຮັກສາ.

ໃນພິທີ ມອບ-ຮັບ ຄັ້ງນີ້ ໄດ້ມີການເຊັນມອບ-ຮັບໂຄງການນໍ້າກົງ 3 ລະຫວ່າງຝ່າຍກໍ່ສ້າງ ແລະ ພັດທະນາໂຄງການກັບຝ່າຍຄວບຄຸມການຜະລິດ ແລະ ບຳລຸງຮັກສາ ພາຍຫຼັງເຊັນມອບ-ຮັບແລ້ວ ຝ່າຍຄວບຄຸມການຜະລິດ-ບຳລຸງຮັກສາຈະເປັນຜູ້ຄຸ້ມຄອງ ແລະ ບຳລຸງຮັກສາ ແລະ ບໍລິຫານຈັດການຕໍ່ໄປ ເພື່ອນຳໃຊ້ເຂື່ອນນ້ຳກົງ3 ໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ

ໃນໂອກາດດັ່ງກ່າວ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະບໍລິຫານງານ ບໍລິສັດຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ກ່າວວ່າ:​ ເຂື່ອນໄຟຟ້າ ນ້ຳກົງ 3 ເປັນເຂື່ອນໜຶ່ງ ໃນຫຼາຍໆໂຄງການຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທີ່ໄດ້ສ້າງຂຶ້ນມາເພື່ອຜະລິດພະລັງງານທີ່ສະອາດ ຮັບໃຊ້ສັງຄົມ ກໍ່ຄືປະຕິບັດຕາມແນວທາງຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຂະແໜງພະລັງງານຂອງລັດຖະບານ ໂດຍສະເພາະແມ່ນ ເຂື່ອນໄຟຟ້າ ນ້ຳກົງ 3, ເຊິ່ງເປັນເຂື່ອນທຳອິດທີ່ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ລົງທຶນກໍ່ສ້າງດ້ວຍຕົວເອງ 100%, ໂດຍໃຊ້ເວລາໃນການກໍ່ສ້າງ 3 ປີ 5 ເດືອນ, ເຂື່ອນນີ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມໜ້ອຍທີ່ສຸດ. ໃນໄລຍະຂອງການກໍ່ສ້າງໄດ້ປະສົບກັບບັນຫາຫຼາຍຢ່າງ ແຕ່ກໍ່ສາມາດຜ່ານຜ່າມາໄດ້ ຍ້ອນວ່າ ມີລະບົບບັນຊາວຽກທີ່ດີ ແລະ ມີລະບົບການບໍລິຫານງານທີ່ດີ ໂດຍມີທີ່ປຶກສາ ທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ ແລະ ເປັນມືອາຊີບ ແລະ ມີຄວາມສາມັກຄີ ຈຶ່ງເຮັດໃຫ້ການກໍ່ສ້າງເຂື່ອນປະສົບຜົນສຳເລັດໄດ້ໃນທີ່ສຸດ.

ຈາກນັ້ນ ທ່ານ ວິທະຍາ ພົມມະຈັນ ຫົວໜ້າ ພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື, ຕາງໜ້າໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບຜົນສຳເລັດຂອງໂຄງການວ່າ: ໂຄງການເຂື່ອນໄຟຟ້າ ນ້ຳກົງ 3 ເປັນໜຶ່ງໃນຜົນສຳເລັດ ຂອງນັກທຸລະກິດ-ນັກລົງທຶນໂດຍຄົນລາວ, ເຊິ່ງມີຄວາມສໍາຄັນ ຕໍ່ການພັດທະນາທາງດ້ານພະລັງງານ, ຄາດຫມາຍຍຸດທະສາດ ຂອງ ພັກ-ລັດຖະບານ ຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ກໍ່ຄືຂອງແຂວງ, ຊຶ່ງຖືວ່າເປັນທ່າແຮງພື້ນຖານທີ່ສຳຄັນ ທາງດ້ານເສດຖະກິດ ກໍ່ຄືຖານການຜະລິດ ທີ່ຫມັ້ນຄົງ ຍືນຍົງ ແລະ ຜ່ານໄລຍະການກໍ່ສ້າງ ເປັນເວລາ 3 ປີ 5 ເດືອນ ເຫັນໄດ້ ຄວາມຕັ້ງໃຈຂອງ ບໍລິສັດ CSE , ທີ່ເຫັນຄວາມສຳຄັນ ທາງມາດຖານດ້ານເຕັກນິກ ແລະ ການປະຕິບັດ, ຂະບວນການ, ຂັ້ນຕອນ ໃຫ້ສອດຄ່ອງຕາມລະບຽບ ກົດຫມາຍຂອງ ສປປ ລາວ ທຸກປະການ, ເຖິງວ່າສະພາບການກໍ່ສ້າງ ຈະຫຍຸ້ງຍາກ ທາງໄພພິບັດທໍາມະຊາດ, ໂລກລະບາດ COVID-19 ແລະ ຂໍ້ຈໍຳກັດຫລາຍຢ່າງ ແຕ່ CSE ກໍ່ໄດ້ອົດທົນ ຜ່ານຜ່າອຸປະສັກ ມາໄດ້ດ້ວຍດີ, ຍ້ອນຄວາມຕັ້ງໃຈ ແລະ ຄວາມພະຍາຍາມ ຂອງ CSE ໃນການປະສານງານ ກັບ ຂະແຫນງການກ່ຽວຂ້ອງ ຂອງພາກລັດ ທັງສູນກາງ-ທ້ອງຖິ່ນ ແລະ ຄວາມເອົາໃຈໃສ່ ຕິດຕາມຊຸກຍູ້ ຂອງການນຳ ພັກ-ລັດ, ກໍ່ຄືການມີສ່ວນຮ່ວມຂອງປະຊາຊົນ, ພະນັກງານ, ວິສະວະກອນ, ກໍາມະກອນ ທີ່ໄດ້ທຸ້ມເທ ເຫື່ອແຮງ ສະຕິບັນຍາ ເຮັດໃຫ້ໂຄງການ ໄດ້ຮັບຄວາມສະດວກ ດຳເນີນໄປໄດ້ຕາມແຜນການ ແລະ ສຳເລັດ ຕາມລະດັບຄາດຫມາຍ ແລະ ເຊື່ອຫມັ້ນວ່າ ໂຄງການ ໄຟຟ້ານໍ້າກົງ3 ກໍ່ຄື CSE ຈະສືບຕໍ່ ຮ່ວມມື ແລະ ປະກອບສ່ວນ ພັດທະນາ ແຂວງ ອັດຕະປື ໃຫ້ໄດ້ຮັບການພັດທະນາທີ່ດີຂື້ນໄປເລື້ອຍໆ.

ຫຼັງຈາກນັ້ນກໍ່ໄດ້ຕັດແຖບຜ້າ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ CSE ກໍ່ໄດ້ໃຫ້ກຽດ ລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນໃຫ້ແກ່ເຂື່ອນໄຟຟ້າ ນ້ຳກົງ 3 ແລະ ພ້ອມດຽວກັນກໍ່ໄດ້ໃຫ້ກຽດປ່ອຍປາ ຮ່ວມກັບບັນດາທ່ານແຂກທີ່ໄດ້ເຂົ້າຮ່ວມໃນພິທີ ທີ່ໜ້າອ່າງນ້ຳ ເຂື່ອນໄຟຟ້າ ນ້ຳກົງ 3 .

 

ພາຍຫຼັງທີ່ໂຄງການນີ້ສຳເລັດ ຈະສາມາດຜະລິດພະລັງງານໄດ້ 209 ກິໂລວັດໂມງຕໍ່ປີ ແລະ ຄາດວ່າຈະສາມາດສ້າງລາຍຮັບສະເລ່ຍ 14 ລ້ານກວ່າໂດລາສະຫະລັດຕໍ່ປີ, ສຳລັບພະລັງງານໄຟຟ້າທັງໝົດທີ່ຜະລິດໄດ້ ຈາກໂຄງການນໍ້າກົງ 3 ຈະສົ່ງເຂົ້າສະຖານີຮ່ວມກັບເຂື່ອນນໍ້າກົງ 2 ແລ້ວຍົກແຮງດັນຈາກສາຍສົ່ງ 115 ກິໂລໂວນມາເປັນ 220 ກິໂລໂວນເປັນລະບົບສາຍສົ່ງແບບວົງຈອນຄູ່ ຄວາມຍາວ 116 ກິໂລແມັດ ແລ້ວເຊື່ອມຕໍ່ລະບົບເຂົ້າສູ່ສະຖານີ ໂບອີ ໂດຍມີຄວາມພ້ອມສົ່ງຂາຍໄຟໃຫ້ EVN ໃນ​ອະນາຄົດອັນໃກ້ນີ້, ບໍລິສັດມີຄວາມພູມໃຈທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຜະລິດພະລັງງານທີ່ສະອາດ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ-ສິ່ງແວດລ້ອມ ຖືເປັນການປະກອບສ່ວນທີ່ຕັ້ງໜ້າຂອງບໍລິສັດຕໍ່ກັບແນວທາງຫັນເປັນອຸດສາຫະກຳ ທີ່ທັນສະໄໝໃນຂະແໜງພະລັງງານຂອງລັດຖະບານ ແລະ ເພື່ອສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດພາຍໃນໃຫ້ມີຄວາມຍືນຍົງດ້ວຍປະສົບການ, ຄວາມຊ່ຽວຊານ ແລະ ການເປັນຜູ້ພັດທະນາຢ່າງແທ້ຈິງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la