ວັນທີ 04 ມັງກອນ 2020 ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເຊັນສັນຍາຊື້ຂາຍໄຟຟ້າ ຮ່ວມກັບ ລັດວິສາຫະກິດໄຟຟ້າ ແຫ່ງ ສສ ຫວຽດນາມ

ໃນວັນທີ 04 ມັງກອນ 2020, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ທ່ານ ຈັນທະຫນອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີເຊັນສັນຍາຊື້-ຂາຍໄຟຟ້າ ຂອງໂຄງການ ເຂື່ອນໄຟຟ້າ ນໍ້າກົງ 2, ນໍ້າກົງ 3 ແລະ ນໍ້າອີ່ມູນ ຮ່ວມກັບ ທ່ານ  Mr Tran Dinh Nhan ຜູ້ອຳນວຍການ ລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ (EVN) ໂດຍການເປັນສັກຂີພະຍານຂອງພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແຫ່ງ ສປປ ລາວ ແລະ ພະນະທ່ານ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ແຫ່ງ ສສ ຫວຽດນາມ ໃນໂອກາດກອງປະຊຸມ ຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ.

ການເຊັນສັນຍາຊື້ຂາຍໄຟຟ້າ ທັງ 3 ໂຄງການ ຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໃນຄັ້ງນີ້ ຖືເປັນຜົນສຳເລັດທີ່ສຳຄັນອີກບາດກ້າວຫນຶ່ງຂອງບໍລິສັດ ໃນການສົ່ງຂາຍກະແສໄຟຟ້າໃຫ້ກັບຕ່າງປະເທດ ກໍ່ຄື ສສ ຫວຽດນາມ ເພື່ອປະກອບສ່ວນໃຫ້ແກ່ເສດຖະກິດຂອງປະເທດ ທັງຮ່ວມພັດທະນາຂະແຫນງພະລັງງານໄຟຟ້າຂອງລາວ ໃຫ້ເຊື່ອມໂຍງເຂົ້າສູ່ສາກົນອີກດ້ວຍ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la